ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນໍາໃຊ້ບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີ້ ຂຶ້ນຢ່າງເປັນທາງການ

ສະຫາຍ ພົນໂທ ສາດສະດາຈານ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ

     ວັນທີ 6 ມີນາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເປີດນໍາໃຊ້ບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີ
ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ສາດສະດາຈານ ປອ ທອງລອຍ ສີລິວົງ ກໍາມະການສູນກາງ
ພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະ
ນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ທ່ານ ນາງ ວຽງຄອນ ສິດສຸວົງ ຜູ້ອໍານວຍການໃຫຍ່ບໍລິ
ສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີ, ບັນດາຄະນະສະພາບໍລິຫານ, ຄະນະອໍານວຍການບໍລິສັດ, ຄະນະນໍາກົມໃຫຍ່, ຫ້ອງວ່າ
ການກະຊວງປ້ອງກັນເທດ, ບັນດາກົມວິຊາສະເພາະ, ຫ້ອງການ, ກົມກອງອ້ອມຂ້າງ, ເຂດໃຈກາງນະຄອນຫຼວງ, ແຂກຖືກເຊີນ ແລະ ພະ
ນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງ
ທັບ, ໄດ້ມີຄໍາເຫັນ ແລະ ກ່າວພິທີເປີດນໍາໃຊ້ບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີ ຂຶ້ນຢ່າງເປັນທາງການໃນຄັ້ງນີ້, ອີງຕາມ ຂໍ້
ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1009/ກປທ, ລົງວັນທ 21/02/2023, ວ່າດ້ວຍການອະນຸມັດສ້າງຕັ້ງ ບໍລິສັດ 1 ມີນາ
ມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີຂຶ້ນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ໃນໄລຍະໃໝ່,
ຂຸດຄົ້ນທ່າແຮງພາຍໃນເຂົ້າໃນການສ້າງລາຍຮັບ ທີ່ຕິດພັນກັບວຽກງານວິຊາສະເພາະ, ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ສ້າງຄວາມເຂັ້ມ
ແຂງດ້ວຍຕົວເອງ, ຮັບປະກັນຄວາມພ້ອມດ້ານທາງດ້ານວັດຖຸ, ການບໍລິການ ການກໍ່ສ້າງ-ສ້ອມແປງເຄຫາສະຖານ, ການຜະລິດເປັນສິນຄ້າ,
ບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນິເຈີ ຈິ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການບົນພື້ນຖານການຮ່ວມມື ລະຫວ່າງ ກະຊວງ
ປ້ອງກັນປະເທດ ກໍຄືໃນນາມລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດໂຊກມຸງຄຸນການຄ້າ ແລະ ການລົງທຶນຈຳກັດຜູ້ດຽວ, ບໍລິສັດ 1 ມີ
ນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີ ມີການເຄື່ອນໄຫວ ແລະ ດຳເນີນທຸລະກິດພາຍໄຕ້ ການຊີ້ນໍາໂດຍກົງຂອງກົມໃຫຍ່ພະລາທິການ, ກໍ່ຄື
ໃນນາມກະຊວງປ້ອງກັນປະເທດ ເວົ້າລວມ, ຈຸດປະສົງ ໃນການສ້າງຕັ້ງບໍລິສັດ 1 ມີນາມຸງຄຸນກໍ່ສ້າງ ແລະ ຜະລິດເຟີນີເຈີເພື່ອເປັນການຍົກ
ລະດັບວຽກງານສໍາຫຼວດອອກແບບຄິດໄລ່ ກໍ່ສ້າງ-ສ້ອມແປງເຄຫາສະຖານ ແລະ ການຜະລິດເຟີນີເຈີ ຂອງກອງກໍ່ສ້າງ- ສ້ອມແປງໃນແຕ່ກ່ອນ
ຕາມຮູບແບບປັບປຸງ, ກໍ່ສ້າງ, ສ້ອມແປງ, ປະກອບພາຫະນະ ແລະ ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນສາຍພານການຜະລິດ, ນຳໃຊ້ເຕັກໂນໂລຊີ
ທີ່ທັນສະໄໝ ເພື່ອຍົກສູງປະລິມານການຜະລິດ ພ້ອມທັງຮັບປະກັນທາງດ້ານຄຸນນະພາບ, ສະໜອງໃຫ້ຕະຫຼາດພາຍໃນກອງທັບ ກໍ່ຄືຕະຫຼາດ
ທົ່ວໄປ, ມີການຄຸ້ມຄອງບໍລິຫານໂດຍສອດຄ່ອງຕາມລະບຽບກົດໝາຍ, ມີຜົນກຳໄລ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ໃນນີ້ຮູບ
ແບບການໃຫ້ບໍລິການ ແລະ ຜະລິດຕະພັນຫຼັກຂອງບໍລິສັດ 1 ມີນາມຸງຄຸນ ກໍ່ສ້າງ ແລະ ຜະລິດເຟີນີເຈີແມ່ນລວມມີ, ໃຫ້ບໍລິການສໍາຫຼວດ
ອອກແບບຄິດໄລ່ ປະເມີນລາຄາວຽກເຄຫາສະຖານພາຍໃນກະຊວງປ້ອງກັນເທດ ແລະ ໃຫ້ບໍລິການລູກຄ້າທົ່ວໄປ, ໃຫ້ບໍລິການຮັບເໝົາກໍ່ສ້າງ,
ສ້ອມແປງເຄຫາສະຖານພາຍໃນກະຊວງປ້ອງກັນເທດ ແລະ ໃຫ້ບໍລິການລູກຄ້າທົ່ວໄປ, ບໍລິການວິໄຈຂໍ້ມູນ, ປະເມີນຜົນກະທົບທາງດ້ານສິ່ງ
ແວດລ້ອມ-ສັງຄົມ, ເປັນທີ່ປຶກສາຄຸ້ມຄອງ ໂຄງການກໍ່ສ້າງເຄຫາສະຖານພາຍໃນກະຊວງປ້ອງກັນປະເທດ, ສ້າງຕັ້ງໂຮງງານອຸດສາຫະກຳເບົາ
ເພື່ອຜະລິດວັດສະດຸກໍ່ສ້າງ, ເຄື່ອງເຟີນິເຈີປະເພດໄມ້-ໂລຫະ ແລະ ອື່ນໆ ເພື່ອສະໜອງໃຫ້ກະຊວງປ້ອງກັນປະເທດ ແລະ ສະໜອງໃຫ້ຕະ
ຫລາດທົ່ວໄປ, ຜະລິດເຮືອນປະກອບ(ນ໋ອກດາວ) ເຕັ້ນພາກສະໜາມ , ການປັບປຸງ ແລະ ຫັນປ່ຽນກອງກໍ່ສ້າງສ້ອມແປງໃນເມື່ອກ່ອນ ເພື່ອ
ເປັນການກຽມພ້ອມໃນການຫັນປ່ຽນຈາກຮູບແບບລັດບໍລິຫານ ໃຫ້ກາຍເປັນຫົວໜ່ວຍທຸລະກິດ ທີ່ມີການໄລ່ລຽງ ກຸ່ມຄົນເອງ 100 ເປີເຊັນ
ລວມມີຢູ່ 3 ໄລຍະໂດຍໄລຍະ 1 ໃນສົກປີ 2023 ທີ່ຜ່ານມາ, ບໍລິສັດໄດ້ສຳເລັດການສ້າງບັນດານິຕິກຳຂັ້ນພື້ນຖານ ເພື່ອໃຊ້ໃນການຄຸ້ມຄອງ
ບໍລິຫານ ມີຄວາມຫັດກຸມຕາມລະບຽບ ແລະ ກົດໝາຍ ຂອງ ສປປ ລາວ, ປັບປຸງຍົກລະດັບການບໍລິຫານການຕະຫຼາດ ໃຫ້ສາມາດກ້າວເຂົ້າ
ໄປສູ່ການແຂ່ງຂັນໃນຕະຫຼາດພາຍນອກ, ສຳເລັດການປັບປຸງໂຄງຮ່າງການຈັດຕັ້ງຂອງບໍລິສັດໃຫ້ສອດຄ່ອງຕາມຮູບແບບຂອງການຫັນເປັນທຸ
ລະກິດ, ໃນນີ້ແມ່ນໄດ້ມີການແຕ່ງຕັ້ງຄະນະສະພາບໍລິຫານ, ຄະນະອໍານວຍການແລະ ບັນດາພະແນກການ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງບໍ
ລິຫານບໍລິສັດ, ສຳເລັດດຳເນີນການສໍາຫຼວດ, ເກັບກຳຂໍ້ມູນ ສະພາບຂອງບັນດາເຄື່ອງຈັກ ແລະ ພາຫະນະການຜະລິດ ດ້ວຍຮູບການບົວລະບັດ,
ສ້ອມແປງເພື່ອພັດທະນາການຜະລິດໃຫ້ສາມາດປະຕິບັດໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ກຳນົດ.

     ຈາກນັ້ນ, ສະຫາຍ ພົນໂທ ສາດສະດາຈານ ປອ ທອງລອຍ ສີລິວົງ ປະທານພິທີພ້ອມດ້ວຍຄະນະປະທານບໍລິສັດດັ່ງກ່າວ ພ້ອມກັນຕັດ
ແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອເປັນສິມຸງຄຸນ ແລະ ເປີດປ້າຍບໍລິສັດຂຶ້ນຢ່າງເປັນທາງການ, ພ້ອມທັງຢ້ຽມຊົມເບິ່ງການຜະລິດຕະພັນຂອງວຽກ
ງານດັ່ງກ່າວອີກດ້ວຍ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 11/03/2024